ໜ້າທີ່ຂອງ ພະແນກປະເມີນ ຊັບພະຍາກອນນໍ້າ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ເກັບກໍາຂໍ້ມູນ, ສັງລວມ ແລະ ຂຶ້ນບັນຊີ ອ່າງຮັບນໍ້າ ແລະ ອ່າງເກັບນໍ້າ ລວມທັງຂໍ້ມູນດ້ານອຸຕຸນິຍົມ, ອຸທົກກະສາດ, ຂໍ້ມູນນໍ້າໃຕ້ດິນ, ດິນບໍລິເວນນໍ້າ, ຂໍ້ມູນດ້ານສິ່ງແວດລ້ອມ, ຂໍ້ມູນເຂື່ອນໄຟຟ້າ, ຂໍ້ມູນການນໍາໃຊ້ນໍ້າ, ຂໍ້ມູນຄວາມສ່ຽງໄພພິບັດ;
  4. ສ້າງ ແລະ ທົບທວນ ບົດລາຍງານສະພາບລວມອ່າງຮັບນໍ້າ ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນຄຸ້ມຄອງອ່າງຮັບນໍ້າ;
  5. ສ້າງ ແລະ ປັບປຸງແຜນທີ່ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
  6. ສ້າງ ແລະ ຄຸ້ມຄອງ ລະບົບຖານຂໍ້ມູນນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອລວບລວມ ແລະ ແລກປ່ຽນຂໍ້ມູນຂ່າວສານ ໃນລະດັບ ສູນກາງ ແລະ ທ້ອງຖິ່ນ;
  7. ເກັບກຳຂໍ້ມູນ, ປະເມີນ ແລະ ກໍານົດປະລິມານນໍ້າໄຫຼຕໍ່າສຸດ ໃນບັນດາແມ່ນໍ້າ, ເຂື່ອນ, ຝາຍ ແລະ ປະຕູນໍ້າ ອື່ນໆ ເພື່ອຮັບປະກັນຄວາມຕ້ອງການພື້ນຖານການດໍາລົງຊີວິດຂອງປະຊາຊົນ ແລະ ຄວາມຍືນຍົງຂອງລະບົບນິເວດ;
  8. ນໍາໃຊ້ຜົນຂອງຕົວແບບຈໍາລອງ ເພື່ອປະເມີນສະພາບນໍ້າ ແລະ ຊັບພະຍາກອນນໍ້າ;
  9. ສ້າງ ແລະ ຈັດຕັ້ງປະຕິບັດບົດແນະນໍາວິຊາການ ກ່ຽວກັບ ການຄຸ້ມຄອງ, ການຂຶ້ນບັນຊີ ແລະ ການແລກປ່ຽນຂໍ້ມູນ-ຂ່າວສານ ຊັບພະຍາກອນນໍ້າ;
  10. ສ້າງ, ຄຸ້ມຄອງ ແລະ ປັບປຸງເວບໄຊຂອງກົມຊັບພະຍາກອນນໍ້າ ເພື່ອເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າ;
  11. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ພາຍໃນພະແນກຕົນ ເພື່ອສະກັດກັ້ນການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງ ຫົວໜ້າກົມ.