ໜ້າທີ່ຂອງ ພະແນກ ວາງແຜນ ແລະ ພັດທະນາອ່າງຮັບນໍ້າ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນ ແຜນການຄຸ້ມຄອງ ອ່າງຮັບນໍ້າ ແບບເຊື່ອມສານ;
  4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ດິນບໍລິເວນນໍ້າ, ດິນຖ່ານຕົມ ແລະ ອ່າງເກັບນໍ້າ ເພື່ອໃຫ້ສອດຄ່ອງກັບແຜນການຄຸ້ມຄອງອ່າງຮັບນໍ້າ;
  5. ຈັດສັນການນໍາໃຊ້ນໍ້າໃນອ່າງຮັບນໍ້າ ໂດຍປະສານງານກັບບັນດາພາກສ່ວນທີ່ກ່ຽວຂ້ອງ;
  6. ຄົ້ນຄວ້າ ແລະ ນໍາສະເໜີ ສ້າງຕັ້ງຄະນະປະສານງານຄຸ້ມຄອງອ່າງຮັບນໍ້າ ຕາມເງື່ອນໄຂຕົວຈິງ;
  7. ຄົ້ນຄວ້າ, ສ້າງ, ທົບທວນ ແລະຈັດຕັ້ງປະຕິບັດແຜນການຄຸ້ມຄອງນໍ້າຖ້ວມ ແລະ ແຫ້ງແລ້ງ ລວມທັງ ອອກແບບ ລະບົບເກັບກັກນໍ້າ ໄວ້ໃຊ້ບ່ອນທີ່ມີຄວາມສ່ຽງຂາດແຄນນໍ້າ ແລະ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ;
  8. ເປັນເຈົ້າການຊຸກຍູ້, ຕິດຕາມ ແລະ ປະເມີນການຈັດຕັ້ັງປະຕິບັດແຜນ ຄຸ້ມຄອງອ່າງຮັບນໍ້າ ລວມທັງ ແນະນໍາດ້ານວິຊາການໃນການຄຸ້ມຄອງອ່າງຮັບນໍ້າ ໃຫ້ແກ່ພະນັກງານວິຊາການຂັ້ນສູນກາງ ແລະ ທ້ອງຖິ່ນ;
  9. ເປັນໃຈກາງໃນການຄົ້ນຄວ້າ ແລະ ສະເໜີຂັ້ນເທິງ ຮັບຮອງແຜນຄຸ້ມຄອງບໍລິຫານນໍ້າ ໃນອ່າງເກັບນໍ້າ ຂອງໂຄງການພັດທະນາ;
  10. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ພາຍໃນພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງ ຫົວໜ້າກົມ.