ໜ້າທີ່ ຂອງພະແນກຄຸ້ມຄອງການນໍາໃຊ້ນໍ້າ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ຄົ້ນຄວ້າ, ສ້າງບົດແນະນໍາວິຊາການ, ຄູ່ມືແນະນໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພ້ອມທັງ ໂຄສະນາ, ເຜີຍແຜ່ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ;
  4. ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃສ່ບັນດານິຕິກໍາ, ສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງສາກົນ ທີ່ ສປປ ລາວ ເປັນພາຄີ ທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງ ນໍ້າ ແລະ ຊັບພະຍາກອນນໍ້າ; (ເອົາໄປໃສ່ທຸກພະແນກ);
  5. ເກັບກຳ, ສັງລວມ ແລະ ຂຶ້ນບັນຊີ ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຂອງບັນດາກິດຈະການ ແລະ ໂຄງການພັດທະນາຕ່າງໆ;
  6. ຄົ້ນຄວ້າ, ສັງລວມ, ທົບທວນ ແລະ ນຳສະເໜີຂັ້ນເທີງພິຈະລະນາຮັບຮອງ ແຜນການນໍາໃຊ້ນໍ້າ ຂອງຂະ ແໜງການ ແລະ ໂຄງການພັດທະນາຕ່າງໆ ພ້ອມທັງ ເປັນເຈົ້າການປະສານກັບຂະແໜງການທີ່ກ່ຽວຂ້ອງ ສະເໜີແຕ່ງຕັ້ງຄະນະສະເພາະກິດ ເພື່ອຕິດຕາມ ກວດກາ ແລະ ແກ້ໄຂບັນຫາການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ;
  7. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນ ແຜນການປ້ອງກັນ ແລະ ການແກ້ໄຂຜົນເສຍຫາຍຈາກນໍ້າ;
  8. ກໍານົດ, ຊຸກຍູ້, ຕິດຕາມ, ອະນຸລັກ ແລະ ຟື້ນຟູ ນໍ້າ ແລະ ຊັບພະຍາກອນນໍ້າ ລວມທັງ ປະລິມານ ແລະ ຄຸນນະພາບ ນໍ້າ ໃນຂອບເຂດທົ່ວປະເທດ;
  9. ຄົ້ນຄວ້າ ແລະ ນໍາສະເໜີ ອອກ ແລະ ຕໍ່ອາຍຸ ໃບອະນຸຍາດນໍາໃຊ້ນໍ້າ, ໃບອະນຸຍາດການປ່ອຍນໍ້າເປື້ອນ, ໃບອະນຸຍາດ ດຳເນີນບໍລິການດ້ານວິຊາການ ກ່ຽວກັບ ນໍ້າ ແລະ ຊັບພະຍາກອນນໍ້າ ຂອງບໍລິສັດທີ່ປຶກສາດ້ານນໍ້າ ແລະ ຊັບພະຍາກອນນໍ້າ ແລະ ບຸກຄົນທີ່ເປັນຊ່ຽວຊານສະເພາະດ້ານ ພ້ອມທັງ ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ;
  10. ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ພິຈາລະນາແຈ້ງເຕືອນ, ສັ່ງໂຈະຊົ່ວຄາວ, ປັບໃໝ, ປ່ຽນແປງ ແລະ ຖອນໃບອະນຸຍາດນໍາໃຊ້ນໍ້າ, ໃບອະນຸຍາດການປ່ອຍນໍ້າເປື້ອນ, ໃບອະນຸຍາດ ດຳເນີນບໍລິການດ້ານວິຊາການ ກ່ຽວກັບ ນໍ້າ ແລະ ຊັບພະຍາກອນນໍ້າ ຂອງບໍລິສັດທີ່ປຶກສາດ້ານນໍ້າ ແລະ ຊັບພະຍາກອນນໍ້າ ແລະ ບຸກຄົນທີ່ເປັນຊ່ຽວຊານສະເພາະດ້ານ;
  11. ຄົ້ນຄວ້າປະກອບຄຳເຫັນ ແລະ ຢັ້ງຢືນທາງດ້ານວິຊາການ ກ່ຽວກັບ ການສະເໜີຂຸດຄົ້ນ ຫີນແຮ່, ຊາຍ ແລະ ດິນຕົມໃນແຫຼ່ງນໍ້າ ໂດຍສົມທົບກັບຂະແໜງການກ່ຽວຂ້ອງທີ່ອອກອະນຸຍາດ;
  12. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງ ແລະ ທົບທວນອັດຕາຄ່າທຳນຽມ, ຄ່າບໍລິການ ໃນການອອກອະນຸຍາດນຳໃຊ້ນໍ້າ, ການອະນຸຍາດການປ່ອຍນໍ້າເປື້ອນ, ການອະນຸຍາດ ດຳເນີນບໍລິການດ້ານວິຊາການ ກ່ຽວກັບ ນໍ້າ ແລະ ຊັບພະຍາກອນນໍ້າ ລວມທັງ ອັດຕາຄ່ານໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ;
  13. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກໍານົດ ແລະ ຄຸ້ມຄອງເຂດສະຫງວນ ນໍ້າ ແລະ ຊັບພະ ຍາກອນນໍ້າ ເພື່ອນໍາສະເໜີຂັ້ນເທິງພິຈາລະນາອະນຸມັດ;
  14. ສ້າງ, ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ ສວນສາທິດ ກ່ຽວກັບ ການຄຸ້ມຄອງຊັບພະຍາກອນນໍ້າ ແບບເຊື່ອມສານ ໂດຍປະສານສົມທົບກັບຂະແໜງການກ່ຽວຂ້ອງ;
  15. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ພາຍໃນພະແນກຄົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  16. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວ ໜ້າກົມ.