ກົມຊັບພະຍາກອນນໍ້າ ຂຽນເປັນຕົວຫຍໍ້ວ່າ “ກຊນ” ແມ່ນກົງຈັກໜຶ່ງ ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະນໍາ ກະຊວງ ກ່ຽວກັບ ວຽກງານການຄຸ້ມຄອງຊັບພະຍາກອນນໍ້າ ທີ່ຢູໃນຄວາມຮັບຜິດຊອບ ຂອງກະຊວງ ໃນຂອບເຂດທົ່ວປະເທດ.